ພິທີໄຂສົກຮຽນໃໝ່ 2022-2023 ໃນທົ່ວປະເທດຢ່າງເປັນທາງການ ໄດ້ມີຂຶ້ນໃນວັນທີ 1 ກັນຍາ 2022 ຢູ່ສູນຂໍ້ມູນຂ່າວສານການສຶກສາ ແລະ ກິລາ ໂດຍການກ່າວໄຂພິທີຂອງທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນໃນທົ່ວປະເທດເຂົ້າຮ່ວມ ໂດຍຜ່ານລະບົບທາງໄກ.
ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ມີຄໍາເຫັນກ່າວໄຂສົກຮຽນໃໝ່ວ່າ: ສົກຮຽນ 2022-2023 ນີ້, ທົ່ວຂະແໜງສຶກສາ ແລະ ກິລາ ພວກເຮົາຈະໄດ້ສຸມໃສ່ປະຕິບັດແຜນພັດ ທະນາການສຶກສາ ແລະ ກິລາ 5 ປີຄັ້ງທີ IX (2021 2025) ໂດຍສະເພາະເສີມຂະຫຍາຍສິ່ງທີ່ພວກເຮົາເຮັດໄດ້ດີ ແລະ ແກ້ໄຂຂໍ້ຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນອັດຕາການເຂົ້າຮຽນ, ຄຸນນະ ພາບການຮຽນ-ການສອນ ແລະ ຄຸນນະພາບຂອງຜູ້ຮຽນ. ແຕ່ແນວໃດກໍຕາມ, ໃນສົກຮຽນ 2022-2023 ນີ້ ແມ່ນມີຄວາມສະດວກຫລາຍດ້ານ ຖ້າທຽບກັບ 2 ສົກຮຽນຜ່ານມາ ທີ່ມີການລະບາດຂອງພະຍາດ ໂຄວິດ-19. ເມື່ອຫວນຄືນເບິ່ງປະຫວັດການສຶກສາແລ້ວ, ພວກເຮົາຈະເຫັນວ່າການສຶກສາບໍ່ເຄີຍຢຸດຕິ ບໍ່ວ່າຈະຢູ່ໃນພາວະທີ່ສັງຄົມມີຄວາມສະດວກ ຫລື ຫຍຸ້ງຍາກ, ແຕ່ນັກຮຽນ-ນັກສຶກສາ ກໍຕ້ອງໄດ້ຮັບການສຶກສາຢ່າງຕໍ່ເນື່ອງ.

ສໍາລັບສົກຮຽນປີນີ້ ຍັງສືບຕໍ່ມີສິ່ງທ້າທາຍສົມຄວນ, ເນື່ອງຈາກຍັງມີການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາໄພພິບັດ ທີ່ເກີດຂຶ້ນຢູ່ບັນດາແຂວງໃນທົ່ວປະເທດ. ແຕ່ຍ້ອນຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ຍາມໃດກໍຖືເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ, ສະນັ້ນ ຂໍໃຫ້ຜູ້ບໍລິ ຫານການສຶກສາ-ຄູອາຈານ ສືບຕໍ່ປັບປຸງສະພາບແວດລ້ອມ ຂອງສະຖານການສຶກສາໃຫ້ເອື້ອອຳນວຍ ແລະ ສ້າງແຮງຈູງໃຈ ໃຫ້ນັກຮຽນກັບມາຮຽນຄືນ ແລະ ຮຽນຢ່າງມີຄວາມສຸກ; ພ້ອມທັງເນັ້ນ ໃຫ້ຄູອາຈານ ເອົາໃຈໃສ່ສິດສອນຢ່າງໝົດຈິດໝົດໃຈ, ຈິງໃຈແລກປ່ຽນຄວາມຮູ້ ປະສົບການກັບຜູ້ຮຽນ ດ້ວຍຄວາມຮັບ ຜິດຊອບສູງກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ເຂັ້ມງວດ; ໃຫ້ຜູ້ປົກຄອງເພີ່ມທະວີບົດບາດຂອງຕົນ ຕໍ່ການຮຽນຂອງລູກຫລານຕົນໃຫ້ຫລາຍຂຶ້ນ, ຕິດ ຕາມການຮຽນຂອງລູກຫລານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ, ພ້ອມທັງຊ່ວຍອຳນວຍຄວາມສະດວກໃຫ້ບັນດາສື່ ແລະ ອຸປະກອນ ທີ່ໃຊ້ໃນການຮຽນ-ການສອນ, ພ້ອມທັງຕິດຕາມພຶດຕິກໍາຂອງລູກຫລານຕົນຢ່າງໃກ້ຊິດ.
ສິ່ງສຳຄັນ ແມ່ນໃຫ້ນັກຮຽນ-ນັກສຶກສາ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ແລະ ຝຶກ ຝົນຫລໍ່ຫລອມຄຸນສົມບັດທີ່ດີ, ປະຕິບັດລະບຽບໂຮງຮຽນຢ່າງເຄັ່ງຄັດ, ແຂ່ງຂັນກັນຮຽນດີ-ຮຽນເກັ່ງ, ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ບໍ່ຫຍຸ້ງກ່ຽວກັບຢາເສບຕິດ ແລະ ສິ່ງມຶນເມົາຕ່າງໆ.
ພາບ: ອ່າຍຄຳ
The owner of the vehicle can apply for a duplicate registration certificate in Tamil Nadu by writing an application to the Regional Transport Officer or Motor Vehicle Inspector Grade 1. Salad Fingers and the little girl giggle and she says that the crow must like spoons too.