ບໍລິສັດໄຟຟ້ານ້ຳເທີນ 1 ຢືນຢັນ ເຂື່ອນໄຟຟ້ານ້ຳເທີນ 1 ຍັງມີຄວາມປອດໄພ 100%

ພາຍຫລັງມີສື່ສັງຄົມອອນລາຍ ໄດ້ນຳເອົາຂໍ້ມູນຂ່າວສານຂອງ ໂຄງການໄຟ ຟ້ານໍ້າເທີນ 1 ໄປເຜີຍແຜ່ໃນທາງລົບ ເຮັດໃຫ້ສັງຄົມມີຄວາມກັງວົນຕໍ່ຄວາມປອດໄພຂອງເຂື່ອນນໍ້າເທີນ 1 ຢູ່ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ເມື່ອບໍ່ດົນຜ່ານມານີ້.

ມາໃນວັນທີ 17 ກໍລະກົດ 2022 ທ່ານ ບຸນຍັັງ ເພັງສຸວັນ ທີ່ປຶກສາໃນການພົວພັນກັບລັດຖະບານ ແລະ ຄະນະຮັບຄວາມຜິດຊອບຄວາມປອດໄພຂອງເຂື່ອນ ຂອງບໍລິສັດໄຟຟ້ານໍ້າເທີນ 1 ໄດ້ຊີ້ແຈງໃຫ້ສັງຄົມເຂົ້າໃຈ ກ່ຽວກັບປາກົດການທີ່ທີ່ເກີດຂຶ້ນ ວ່າ: ໂຄງ ການໄຟຟ້ານໍ້າເທີນ 1 ໄດ້ຮັບການສຶກສາອອກແບບ ແລະ ຄວບຄຸມການກໍ່ສ້າງຈາກບໍລິ ສັດທີ່ປຶກສາສາກົນ ຈາກປະເທດສະວິດ. ນອກຈາກນີ້, ລັດຖະບານ ກໍໄດ້ຈ້າງຊ່ຽວຊານສະ ເພາະດ້ານ ເຂົ້າມາຄວບຄຸ້ມການກໍ່ສ້າງອີກ ເພື່ອຮັບປະກັນການກໍ່ສ້າງໃຫ້ໄດ້ມາດຕະຖານສອດຄ່ອງກັບເຕັກນິກການອອກແບບ ແລະ ຮັບປະກັນຄວາມປອດໄພໃນຊ່ວງການດຳເນີນໂຄງການ ແລະ ຍາວນານ. ຫລັງຈາກບໍລິສັດໄດ້ຮັບອະນຸຍາດ ຈາກລັດຖະບານ ໃຫ້ກັກຂັງນ້ຳໃນວັນທີ 1 ເມສາ 2021 ຈົນເຖິງກາງເດືອນມິຖຸນາ 2022 ປາກົດເຫັນມີນ້ຳຮົ່ວ-ຊຶມທາງດ້ານຂວາຂອງເຂື່ອນ, ທີ່ປຶກສາໂຄງການໄດ້ວິເຄາະການຮົ່ວຊຶມຂອງນ້ຳ ແລະຢັ້ງຢືນວ່າ ການຮົ່ວຊຶມດັ່ງກ່າວ ບໍ່ມີຜົນກະທົບຕໍ່ຕົວເຂື່ອນ, ພ້ອມກັນນັ້ນ ທີ່ປຶກສາໄດ້ໃຫ້ຄວາມລະອຽດທາງດ້ານເຕັກນິກ ໃນການແກ້ໄຂບັນຫາແກ່ ບໍລິສັດ ໃນການແກ້ໄຂບັນຫາ ນໍ້າຊຶມ ແລະ ຢັ້ງຢືນຈຸດການຮົ່ວຊຶມ ຢ່າງຄັກແນ່ ເພື່ອໃຫ້ບໍລິສັດ ສາມາດແກ້ໄຂຈຸດນໍ້າຊຶມດັ່ງກ່າວຢ່າງຖືກຕ້ອງ. ດັ່ງນັ້ນ, ບໍລິສັດໄຟຟ້ານ້ຳເທີນ 1 ຢືນຢັນ ແລະ ໃຫ້ຄວາມໝັ້ນໃຈແກ່ສັງຄົມມາເຖິງປັດຈຸບັນ ເຂື່ອນໄຟຟ້ານ້ຳເທີນ 1 ຍັງມີຄວາມ ປອດໄພຮ້ອຍສ່ວນຮ້ອຍ.

ທ່ານ ບຸນຍັງ ເພັງສຸວັນ ຍັງໄດ້ກ່າວຕື່ມວ່າ: ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງລັດຖະບານ ກໍຄື ກົມຄຸ້ມຄອງຄວາມປອດໄພທຸລະກິດພະລັງງານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ທິດຊີ້ນຳແກ່ໂຄງການ ໂດຍດີຕະຫລອດມາ ຂໍສະແດງຄວາມຂອບ ໃຈຕໍ່ຜູ້ປຶກສາ ແລະ ຜູ້ຮັບເໝົາກໍ່ສ້າງ ທີ່ໄດ້ທຸ່ມເທສະຕິປັນຍາເຂົ້າໃນການກໍ່ສ້າງໂຄງການໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

Cells taken from adult bone marrow and umbilical cord blood are already often used with great success. Yet we know it is flowing away as flowers are, and we are, only slower. Here you will get an overview of the rooms, comfort rooms and dormitory in the Krimmler Tauernhaus. The statue on top of the fountain therefore holds a miniature model of the church in his hands. Video: Eminem beautiful lyrics hdmi Eminem - Beautiful lyrics HD Search and explore document, pdf, power point presentations about interview question and nas ip address. On 20 January, it was confirmed the show would return for a fifth and final series which started airing on 4 November. Seriously though, how is it supposed to make your code safer if you pass the size you think your destination buffer is?
error: Content is protected !!