ໃນວັນທີ 16 ກໍລະກົດ 2022 ຄວາມເຄື່ອນໄຫວຫຼັງການແຂ່ງຂັນບານເຕະຊິງແຊ້ມ ອາຊຽນ 2022 ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຊິງຊະນະເລີດ ທີມຊາດມາເລເຊຍ ເອົາຊະນະ ທີມຊາດ ລາວ ໄປ 2-0 ຄວ້າແຊ້ມລາຍການນີ້ໄປຄອງເປັນສະໄໝທີ 2.

ຫຼັງຈົບເກມ, ທ່ານ ໄມເຄີ້ນ ໄວສ໌ ຄູຝຶກທີມຊາດລາວ ກ່າວວ່າ: ເຮົາປະສົບຄວາມສຳເລັດໃນການແຂ່ງຂັນຄັ້ງນີ້ ແລະ ບໍ່ມີໃຜເຊື່ອວ່າ ເຮົາຈະມາຮອດຈຸດນີ້ ແລະ ຄວ້າຮອງແຊ້ມ ດ້ວຍການເອົາຊະນະທັງທີມຊາດໄທ ມາໄດ້. ຢ່າງໃດກໍຕາມ, ເຮົາບໍ່ແມ່ນທີມທີ່ແຂງແກ່ນໃຫມ່ຂອງອາຊຽນ ເຮົາຈະຮຽນຮູ້ຕໍ່ໄປ ເຮົາມີຄວາມສາມາດ ແລະ ຂ້າພະເຈົ້າພ້ອມທີ່ຈະພັດທະນາພອນສະຫວັນເຫຼົ່ານັ້ນ ແລະ ເຮົາພ້ອມທີ່ຈະເຮັດໃຫ້ມັນຍາກສຳລັບຄູ່ແຂ່ງໃນ ອາຊຽນ ເມື່ອຕ້ອງມາພົບກັບທີມຂອງເຮົາ

ເຮົາຕ້ອງພິສູດໃນການແຂ່ງຂັນລາຍການອື່ນໆ ລວມທັງ ຊີເກມ ເຮົາຍັງເຊື່ອວ່າ ເຮົາຍັງສາມາດໂຊຟອມໄດ້ດີກວ່ານີ້ອີກ. ທັງນີ້, ນີ້ຖືເປັນຜົນງານທີ່ດີທີ່ສຸດຂອງ ສປປ ລາວ ໃນການແຂ່ງຂັນບານເຕະ ຢູ19 ຊິງແຊ້ມ ອາຊຽນ ເພາະກ່ອນໜ້ານີ້ພວກເຮົາຍັງບໍ່ເຄີຍຜ່ານມາເຖິງຮອບຊິງຊະນະເລີດ ແມ່ນແຕ່ເທື່ອດຽວ.
ຮູບ: ສະຫະພັນບານເຕະແຫ່ງຊາດລາວ
ຂໍ້ມູນຂ່າວຈາກ: Thairath
Completed in, the stadium is used mostly for football and field hockey. Endings like this have been bothering me more and more because I keep seeing them too much. The Bergen Guide is produced on environmentally friendly paper in February for free distribution.