ກະຊວງການເງິນ ໃຫ້ຄວາມຮູ້ວຽກງານກວດກາ ຫລັງການຈ່າຍງົບປະມານລັດ

ໃນວັນທີ 27 ພຶດສະພາ 2022, ກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານກວດກາ ຫລັງການຈ່າຍງົບປະມານຂອງລັດ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ ໃຫ້ແກ່ພະນັກງານພາຍໃນກົມງົບປະມານແຫ່ງລັດ ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກົມງົບປະມານແຫ່ງລັດເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈ ໃຫ້ແກ່ພະນັກງານພາຍໃນກົມງົບປະມານແຫ່ງລັດ ໃຫ້ເຂົ້າໃຈລະອຽດກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາຫລັງການຈ່າຍ ແລະ ວຽກງານກວດກາລັດ ເພື່ອກະກຽມຄວາມພ້ອມລົງກວດກາຫລັງຈ່າຍ ຢູ່ 8 ກະຊວງ, ອົງການຂັ້ນສູນກາງ ຄື: ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງສຶກສາທິການ ແລະ ກິລາ, ກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສາທາ ລະນະສຸກ ແລະ ມະຫາວິທະຍາໄລແຫ່ງຊາດ. ພ້ອມນັ້ນ, ທ່ານຍັງໃຫ້ຮູ້ຕື່ມວ່າ: ວຽກງານກວດກາຫລັງຈ່າຍແມ່ນວຽກງານໜຶ່ງ ທີ່ສໍາຄັນໃນການຄຸ້ມຄອງງົບປະມານແຫ່ງລັດ ແນໃສ່ເພື່ອເຮັດໃຫ້ການນໍາໃຊ້ງົບປະ ມານຂອງລັດ ມີຄວາມໂປ່ງໃສ, ກວດສອບໄດ້, ຖືກຕ້ອງຕາມເປົ້າໝາຍ ແລະ ບູລິມະສິດລາຍຈ່າຍ, ຖືກຕ້ອງຕາມແຜນທີ່ສະພາແຫ່ງຊາດຮັບຮອງ ພ້ອມທັງມີການປະຢັດ ແລະ ມີປະສິດທິຜົນ, ລາຍຈ່າຍໃດທີ່ຖອນໄດ້ແຕ່ບໍ່ນໍາໃຊ້ ຫລື ນໍາໃຊ້ບໍ່ໝົດຕ້ອງມອບຄືນເຂົ້າງົບປະມານຂອງລັດ ຕາມແຈ້ງການຂອງກະ ຊວງການເງິນ ສະບັບເລກທີ 0846/ກງ, ລົງວັນທີ 23 ມີນາ 2020.

ກອງປະຊຸມ ຍັງໄດ້ມີການນໍາສະເໜີນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາ ຫລັງຈ່າຍ ແລະ ສະເໜີກ່ຽວກັບຫລັກການພື້ນຖານ ໃນການກວດກາການເງິນ ຊື່ງໄດ້ນຳສະເໜີໂດຍນັກວິທະ ຍາກອນຈາກກົມກວດກາ ກະຊວງການເງິນ, ທັງມີການແລກປ່ຽນຄວາມຄິດຄວາມເຫັນ ຢ່າງກົງໄປກົງມາ ເພື່ອໃຫ້ເຂົ້າໃຈທຸກບັນຫາກ່ຽວກັບການກວດກາການເງິນ ກວດກາລັດ ໂດຍສົມທຽບກັບການກວດກາຫລັງຈ່າຍຢ່າງຈະແຈ້ງກ່ອນຈະລົງຊຸກຍູ້, ຈັດຕັ້ງປະຕິບັດວຽກງານກວດກາຫລັງຈ່າຍຕົວຈິງ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສຳເລັດໄດ້ຕາມແຜນການວາງໄວ້.

ຂໍ້ມູນຈາກ: ຂປລ

Ratzinger declared that public revelations essentially big, flashy miracles, ended with the death of the last living Apostle in A. Their duties include ensuring the safe take-off and landing of aircraft, maintaining navigational aids, performing inspections, and communicating with air traffic control. En na die ontdekking volgt wellicht de verbazing dat we het niet eerder ontdekt hebben.
error: Content is protected !!